ຫວຽດນາມ-ໄທ ຈະສືບຕໍ່ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ
ສຳນັກຂ່າວ ໄທຣັດ ໄດ້ນຳສະເໜີ ບົດວິເຄາະ ໃນພາກພຶ້ນອາຊຽນ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ໄທ ຂອງທ່ານອະດີດປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃນທ້າຍປີ 2022, ໂດຍທ່ານ ຫງວຽນຊວນຟຸກ ແລະ ທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະ ມົນຕີ ໄດ້ຢືນຢັນຄືນກ່ຽວ ກັບເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ ແລະ ໄທ ເພື່ອແນໃສ່ປະກອບສ່ວນສ້າງດ້ານເສດຖະກິດ - ສັງຄົມສອງ ປະເທດໃຫ້ໝັ້ນຄົງເຂັ້ມແຂງ ຜ່ານຍຸດທະສາດ 10 ປີ 2013-2023, ຫວຽດນາມ ແລະ ໄທ ລ້ວນແຕ່ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ ພາຍຫຼັງພະຍາດລະບາດໂຄວິດ- 19 ແລະ ກຽມພ້ອມຮ່ວມມືເພື່ອພ້ອມກັນພັດທະນາ. ຜ່ານການຕິດຕາມການເຕີບໂຕດ້ານເສດຖະກິດ ຫວຽດນາມ ໃນ ໄຕມາດ 4 ປີ 2022 ຫວຽດນາມ ມີລະດັບເຕີບໂຕເກືອບ 8%. ສຳ ລັບໄທ, ພາຍຫຼັງເປີດປະຕູປະ ເທດຢ່າງສົມບູນຄືນໃໝ່ ແລະ ບັນ ດາການເຄື່ອນ ໄຫວຮ່ວມມືຟົດ ຟື້ນເນື່ອງໃນໂອ ກາດສະເຫຼີມສະ ຫຼອງ 10 ປີແຫ່ງການພົວພັນຍຸດທະສາດ ຫວຽດນາມ - ໄທ, ທັງສອງປະເທດຈະສືບຕໍ່ບັນລຸໄດ້ບັນດາ ຜົນສຳເລັດສຳຄັນໃນການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນໃນອະນາຄົດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ